ຖະໜົນລາວ—ໄທ ບ້ານວັດນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ katitrainingcenter@gmail.com + 85620 5537 5578
Location Icon


ຂໍ້ມູນວິຊາຮຽນຂອງທັກສະທາງສັງຄົມ

ການສື່ສານທາງທຸລະກິດ 1 Business Communication 1 (B-com 1)

ການສື່ສານທາງທຸລະກິດ (Business Communication) ແມ່ນຂະບວນການສົນທະນາ ຫຼື ການແລກປ່ຽນຂໍ້ມູນ ທີ່ເກີດຂຶ້ນພາຍໃນອົງກອນ ຫຼື ລະຫວ່າງອົງກອນກັນເອງ. ສາມາດແບ່ງເປັນ ການສື່ສານພາຍໃນ (ລະຫວ່າງພະນັກງານ ຫຼື ຝ່າຍ) ແລະ ການສື່ສານພາຍນອກ (ກັບລູກຄ້າ ພາກສ່ວນ ຫຼື ພັນທະມິດ).

ທັກສະທາງຄອມພິວເຕີ Computer skills

ທັກສະທາງຄອມພິວເຕີ (Computer Skills) ຖະໜົນ. ແມ່ນຄວາມສາມາດໃນການໃຊ້ຄອມພິວເຕີ ແລະ ເທັກໂນໂລຊີທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ. ທັກສະເຫຼົ່ານີ້ມີທັງໃນລະດັບພື້ນຖານ ແລະ ຂັ້ນສູງ ແລະຈຳເປັນຕໍ່ວຽກງານຫຼາຍດ້ານ.

ພື້ນຖານ Excel Fundamental

ພື້ນຖານ Excel (Excel Fundamental) ແມ່ນທັກສະພື້ນຖານທີ່ຈຳເປັນໃນການໃຊ້ ໂປຣແກຣມ Microsoft Excel ຢ່າງມີປະສິດທິພາບ. Excel ແມ່ນເຄື່ອງມືສະເພາະໃນການຈັດລຽງ, ຄຳນວນ, ແລະ ເຮັດວິເຄາະຂໍ້ມູນ ໃນຫຼາຍສາຂາແລະວົງການ.

ຫຼັກຈັນຍາບັນຂອງການສຶກສາ Code of Conduct Studies

ຫຼັກຈັນຍາບັນຂອງການສຶກສາ (Code of Conduct Studies) ແມ່ນການຮຽນຮູ້ກ່ຽວກັບຫຼັກຈິດທຳ, ຄຸນຄ່າທາງຈິດໃຈ, ແລະມາດຕະຖານຄວາມປະພຶດທີ່ບຸກຄົນຄວນປະຕິບັດໃນສັງຄົມ ຫຼື ທີ່ສະຖານທີ່ທຳງານ.

ການສື່ສານທາງທຸລະກິດ 2 Business Communication 2 (B-com 2)

ການສື່ສານທາງທຸລະກິດ (Business Communication) ແມ່ນຂະບວນການສົນທະນາ ຫຼື ການແລກປ່ຽນຂໍ້ມູນ ທີ່ເກີດຂຶ້ນພາຍໃນອົງກອນ ຫຼື ລະຫວ່າງອົງກອນກັນເອງ. ສາມາດແບ່ງເປັນ ການສື່ສານພາຍໃນ (ລະຫວ່າງພະນັກງານ ຫຼື ຝ່າຍ) ແລະ ການສື່ສານພາຍນອກ (ກັບລູກຄ້າ ພາກສ່ວນ ຫຼື ພັນທະມິດ).

ທິດສະດີກຽວກັບທັກສະສັງຄົມ Introduction to Soft Skills

Introduction to Soft Skills ແມ່ນຄຸນນະສົມບັດສ່ວນບຸກຄົນ ແລະ ຄວາມສາມາດທາງສັງຄົມ ທີ່ໃຊ້ໃນການສື່ສານ ແລະ ການເຮັດວຽກກັບຜູ້ອື່ນໄດ້ຢ່າງມີປະສິດທິຜົນ. ບໍ່ເໝືອນ Hard skills ຫຼື ທັກສະທາງດ້ານເຕັກນິກ (ເຊັ່ນ: ການຂຽນໂປຣແກຣມ ຫຼື ບັນຊີ), Soft skills ເນັ້ນການຮ່ວມງານ ແລະ ຄວາມປະພຶດທີ່ດີໃນການເຮັດວຽກ.

ທັກສະການສື່ສານ Communication Skills

ທັກສະການສື່ສານ (Communication Skills) ແມ່ນຄວາມສາມາດໃນການຖ່າຍທອດ, ຮັບ ແລະ ແລກປ່ຽນຂໍ້ມູນໃຫ້ໄດ້ຢ່າງມີປະສິດທິຜົນ. ການສື່ສານທີ່ດີຈະຊ່ວຍໃຫ້ຄົນເຂົ້າໃຈກັນ, ລົດຄວາມເຂົ້າໃຈຜິດ, ແລະ ຮ່ວມງານກັນໄດ້ດີຂຶ້ນ.

ທັກສະການນໍາສະເໜີ Presentation Skills

ທັກສະການນໍາສະເໜີ (Presentation Skills) ແມ່ນຄວາມສາມາດ ໃນການຖ່າຍທອດຂໍ້ມູນໃຫ້ແກ່ຜູ້ຟັງໄດ້ຢ່າງມີປະສິດທິຜົນ. ບໍ່ວ່າຈະເວົ້າໃນຫ້ອງຮຽນ, ໜ່ວຍງານ, ຫຼື ຕໍ່ຜູ້ຟັງຈຳນວນຫຼາຍ – ການມີທັກສະນີ້ຊ່ວຍໃຫ້ເຮົາສື່ສານໃຫ້ມີປະສິດທິຜົນ, ມັ່ນໃຈ, ແລະ ມືອາຊີບຫຼາຍຂຶ້ນ.

ທັກສະການບໍລິຫານເວລາ Time Management Skills

ທັກສະການບໍລິຫານເວລາ (Time Management Skills) ແມ່ນຄວາມສາມາດໃນການຈັດສັນແລະໃຊ້ເວລາໃຫ້ມີປະໂຫຍດສູງສຸດ. ແມ່ນການວາງແຜນແລະຄວບຄຸມການໃຊ້ເວລາໃນແຕ່ລະວັນໃຫ້ເຮັດວຽກໄດ້ສຳເລັດ ແລະ ມີປະສິດທິຜົນ. ທັກສະນີ້ມີປະໂຫຍດຫຼາຍໃນການຮຽນ, ໃນການເຮັດວຽກ, ແລະ ໃນຊີວິດປະຈຳວັນ.

ພາສາກາຍ & ມາລະຍາດ Body Language & Etiquettes

ພາສາກາຍ & ມາລະຍາດ (Body Language & Etiquette) ພາສາກາຍ ແມ່ນການສື່ສານໂດຍບໍ່ໃຊ້ຄໍາພູດ ໂດຍໃຊ້ທ່າທາງ ໃນການຂະໜົມໜ້າ, ການມອງຕາ, ທ່ານັ່ງ, ທ່າຢືນ, ແລະ ການເຄື່ອນໄຫວຂອງຮ່າງກາຍ.
ມາລະຍາດ ແມ່ນພຶດຕິກຳທີ່ຖືວ່າເປັນການສະແດງຄວາມສຸພາບ ແລະ ຄວາມເຄົາລົບໃນສັງຄົມ, ໃນສະຖານທີ່ເຮັດວຽກ ຫຼື ການຮຽນ.

ທັກສະການສົນທະນາກຸ່ມ & ການສໍາພາດ Group Discussion & Interview Skills

ທັກສະການສົນທະນາກຸ່ມ (Group Discussion) ແມ່ນການສົນທະນາລະຫວ່າງຄົນຫຼາຍຄົນໃນຫົວຂໍ້ທີ່ກຳນົດ. ນິຍົມໃຊ້ໃນການປະເມີນຄວາມສາມາດການສື່ສານ ແລະ ຄວາມຄິດເປັນລະບົບ.
ທັກສະໃນການສຳພາດ (Interview Skills) ແມ່ນການສົນທະນາຢ່າງເປັນທາງການ ໃນການປະເມີນຜູ້ສະໝັກວ່າເໝາະກັບຕຳແໜ່ງ ຫຼື ບໍ່.

ທັກສະການສຳພາດ ແລະ ການກະກຽມ CV (Interview Skill and CV Preparation)

ນິຍາມ (Definition): ວິຊານີ້ເນັ້ນການພັດທະນາທັກສະທີ່ຈຳເປັນສຳລັບການຊອກວຽກ, ລວມເຖິງການຂຽນ ປະຫວັດຫຍໍ້ (CV) ທີ່ໜ້າສົນໃຈ ແລະ ການຝຶກຝົນ ທັກສະການສຳພາດ ຢ່າງມີປະສິດທິພາບ. ມັນຊ່ວຍໃຫ້ນັກສຶກສາກຽມພ້ອມສຳລັບການເຂົ້າສູ່ໂລກແຫ່ງການເຮັດວຽກ.